Members Login
Username 
 
Password 
    Remember Me  
Post Info TOPIC: Lao PM and the journalist from Soputh Korea
Lao student

Date:
Lao PM and the journalist from Soputh Korea
Permalink   


ນາຍົກລັດຖະມົນຕີໃຫ້ສຳພາດຕໍ່ນັກຂ່າວຫນັງສືພິມມາເອັນບີຊີແນດຈາກສ.ເກົາຫລີ

Primminister2.gifຕອນບ່າຍວັນທີ10 ກຸມພາ2010 ນີ້, ຢູ່ທ່ີສຳນັກງານນາຍົກລັດຖະມົນຕີທ່ານບົວສອນບຸບຜາວັນນາຍົກລັດຖະມົນຕີແຫ່ງສປປລາວໄດ້ໃຫ້ສຳພາດຂ່າວຕໍ່ນັກຂ່າວຫນັງສືພິມມາເອັນບີຊີແນດນິວສະເປເປີຈາກສາທາລະນະລັດເກົາຫລີ.

ທ່ານນາຍົກໄດ້ຕອບຄຳຖາມກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ສປປລາວ, ເຊິ່ງພັກ-ລັດຖະບານລາວໄດ້ມີນະໂຍບານການພັດທະນາທ່ີເລັ່ງໃສ່ເຮັດໃຫ້ຈີດີພີເພີ່ມຂຶ້ນເປັນຫລັກໂດຍໄດ້ສຸມໃສ່ສົ່ງເສີມການພັດທະນາແບບຍືນຍົງທ່ີວ່າ: ພັດທະນາເສດຖະກິດຕິດແຫນ້ນການພັດທະນາຄົນ, ພັດທະນາສັງຄົມແລະປົກປັກຮັກສາສິ່ງແວດລ້ອມໄປຄຽງຄູ່ກັບການເຕີບໂຕກໍຄືການພັດທະນາເສດຖະກິດ. ລວມຄວາມແລ້ວ, ພວກເຮົາຕ້ອງພະຍາຍາມສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃນການພັດທະນາກະຈາຍການພັດທະນາອອກສູ່ຊົນນະບົດຫ່າງໄກສອກຫລີກເພື່ອໃຫ້ເກີດຄວາມສະເຫມີພາບແລະໄດ້ຮັບຜົນປະໂຫຍດຈາກການພັດທະນາດັ່ງກ່າວ.




__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard