ນາຍົກລັດຖະມົນຕີໃຫ້ສຳພາດຕໍ່ນັກຂ່າວຫນັງສືພິມມາເອັນບີຊີແນດຈາກສ.ເກົາຫລີ
ຕອນບ່າຍວັນທີ10 ກຸມພາ2010 ນີ້, ຢູ່ທ່ີສຳນັກງານນາຍົກລັດຖະມົນຕີທ່ານບົວສອນບຸບຜາວັນນາຍົກລັດຖະມົນຕີແຫ່ງສປປລາວໄດ້ໃຫ້ສຳພາດຂ່າວຕໍ່ນັກຂ່າວຫນັງສືພິມມາເອັນບີຊີແນດນິວສະເປເປີຈາກສາທາລະນະລັດເກົາຫລີ.
ທ່ານນາຍົກໄດ້ຕອບຄຳຖາມກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ສປປລາວ, ເຊິ່ງພັກ-ລັດຖະບານລາວໄດ້ມີນະໂຍບານການພັດທະນາທ່ີເລັ່ງໃສ່ເຮັດໃຫ້ຈີດີພີເພີ່ມຂຶ້ນເປັນຫລັກໂດຍໄດ້ສຸມໃສ່ສົ່ງເສີມການພັດທະນາແບບຍືນຍົງທ່ີວ່າ: ພັດທະນາເສດຖະກິດຕິດແຫນ້ນການພັດທະນາຄົນ, ພັດທະນາສັງຄົມແລະປົກປັກຮັກສາສິ່ງແວດລ້ອມໄປຄຽງຄູ່ກັບການເຕີບໂຕກໍຄືການພັດທະນາເສດຖະກິດ. ລວມຄວາມແລ້ວ, ພວກເຮົາຕ້ອງພະຍາຍາມສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃນການພັດທະນາກະຈາຍການພັດທະນາອອກສູ່ຊົນນະບົດຫ່າງໄກສອກຫລີກເພື່ອໃຫ້ເກີດຄວາມສະເຫມີພາບແລະໄດ້ຮັບຜົນປະໂຫຍດຈາກການພັດທະນາດັ່ງກ່າວ.