Members Login
Username 
 
Password 
    Remember Me  
Post Info TOPIC: ຫນ້າມັນ ຊ່ອຍແນ່
Anonymous

Date:
ຫນ້າມັນ ຊ່ອຍແນ່
Permalink   


ຫນ້າຂ້ອຍມັນໆ ຈັກຊິເຮັດແນວໃດ
ມີເຄັດລັບດີໆ ຊ່ອຍບອກແດ່ເດີ້


__________________
Anonymous

Date:
Permalink   

ພະຍາຍາມ ໝັ່ນລ້າງໜ້າເລື້ອຍໆ ໃຊ້ຟູມລ້າງໜ້າສໍາລັບໜ້າມັນ ຢຸດໃຊ້ຄຼີມແຕ່ງໜ້າທຸກຊະນິດ ຫັນມາໃຊ້ປະເພດແປ້ງແທນ ຫຼີກເວັ້ນປະເພດອາຫານທີ່ມີໄຂມັນຫຼາຍ ເອົາລອງເບິ່ງເທົ່ານີ້ກ່ອນ ຖ້າໃດ້ຜົນຢ່າລືມໃຫ້ຫອມແດ່ລະ ຮາ ຮາ ຮາ

__________________
Anonymous

Date:
Permalink   


ດີດີ ເວລາຈືນໄຂ່ ບໍ່ຈໍາເປັນຕ້ອງຊື້ນໍ້າມັນ
ໃຊ້ນໍ້າມັນໂຕເອງ 555555555

__________________
Anonymous

Date:
Permalink   

ຂອ້ຍກະມີໜ້າມັນຄືກັນ ຮັກສາຍາກທີ່ຈະຫາຍຂາດ ແຕ່ເຮົາສາມາດລົດຄວາມມັນລົງໄດ້. ກໍ່ຄືເພິ່ນແນະນຳມາຫັ້ນລະ ເຣື່ອງອາຫານທີ່ມີໄຂມັນ ເຄື່ອງດື່ມທີ່ມີເຊື້ອເຫລົາແລະການອອກກຳລັງກາຍ. ສໍາລັບຂອ້ຍແລ້ວແມ່ນລົດຄວາມມັນແບບນີ້: ກິນອາຫານທີ່ມີໄຂມັນນອ້ຍ, ດື່ມນໍ້າ, ຍ່າງມື້ລະຫລັກ, ລ້າງໜ້າຢ່າງນອ້ຍມື້ລະສອງເທື່ອດວ້ຍ neutrogena fresh foaming cleanser.
ທາງທີ່ດີ ຂອ້ຍຂໍແນະນໍາເຈົ້າໄປປຶກສາສັນຕະແພດເພາະເພິ່ນມີວິທີປິ່ນປົວທີ່ຖືກຕອ້ງ, ໂຊກດີ.


__________________
Lao Tae

Date:
Permalink   

ໃຫ້ລ້າງຫນ້າ ແລ້ວໃຊ້ໂລຊັ່ນທາ ຫນ້າຈະບໍ່ເປັນມັນ



__________________
Anonymous

Date:
Permalink   

Anonymous wrote:

ຫນ້າຂ້ອຍມັນໆ ຈັກຊິເຮັດແນວໃດ
ມີເຄັດລັບດີໆ ຊ່ອຍບອກແດ່ເດີ້



first wash your face, apply un sweet yogurt on your face, rest for 10 to 15 minutes then wash it off with water. do this once every 3 days. it will solve your problem. i am sorry i can't type it in pasa lao. hope you understand what i am trying to tell you.

 



__________________
Anonymous

Date:
Permalink   

ແນະນໍາສູດຂອງຂ້ອຍ
ໃຊ້ເປືອກຫມາກນາວ ຖູທົ່ວໃບຫນ້າ ອາທິດລະ ເທື່ອສອງເທື່ອ
ກໍ່ສາມາດຊ່ອຍໄດ້ແລ້ວ


__________________
Anonymous

Date:
Permalink   

Anonymous wrote:

ຫນ້າຂ້ອຍມັນໆ ຈັກຊິເຮັດແນວໃດ
ມີເຄັດລັບດີໆ ຊ່ອຍບອກແດ່ເດີ້



ກະລອງປ່ຽນເປັນຫນ້າຫມາກອຶ ຫມາກແຕ່ງ ຫມາກເລັ່ນ ກະໄດ້ຕວົະ biggrin

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard